ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການເມືອງ ວປກ ຕ້ອນຮັບວິຊາການກອງທັບ
ປົດປ່ອຍປະຊາຊົນຈີນ ເຂົ້າຢ້ຽມຂໍ່ານັບອຳລາ


    ວັນ ທີ 7 ກັນຍາ 2023 ນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງ, ຫົວໜ້າ ການເມືອງ ວິທະຍາຄານປ້ອງກັນ
ຊາດ ໄກສອນ ພົມວິຫານ (ວປກ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງຄະນະວິຊາການກອງທັບ ປົດປ່ອຍປະຊາຊົນ ຈີນ
ເຊິ່ງນຳໂດຍ ສະຫາຍ ພັນເອກ ເຟີງ ຊາງ ສົງ ຫົວໜ້າ ຄະນະວິຊາການ ກອງທັບ ປົດປ່ອຍປະຊາຊົນຈີນ.

     ສະຫາຍ ພັນເອກ ເຟີງ ຊາງ ສົງ ຫົວໜ້າຄະນະວິຊາການໄດ້ລາຍງານຜົນສຳເລັດ ໃນການປະຕິບັດໜ້າທີ່ ຂອງ ຄະນະວິຊາການຕະຫຼອດໄລຍະ
ເວລາ ທີ່ໄດ້ມາປະຕິບັດໜ້າທີ່ຂອງຕົນ ພ້ອມທັງກ່າວສະແດງຄວາມຂອບໃຈ ຕໍ່ຄະນະພັກ-ຄະນະອຳນວຍການ ວປກ ທີ່ໄດ້ເອົາໃຈໃສ່ເບິ່ງແຍງ ແລະ
ອຳນວຍຄວາມສະດວກໃນດ້ານຕ່າງໆ ເຮັດ ໃຫ້ການປະຕິບັດໜ້າທີ່ຢູ່ ວປກ ສຳເລັດໄປໄດ້ດ້ວຍດີ.

     ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ຄະນະ ວິຊາການກອງທັບປົດປ່ອຍປະຊາ
ຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໂດຍສະເພາະແມ່ນດ້ານການສອນ-ການຮຽນ ພ້ອມທັງຕາງໜ້າມອບ ຫຼຽນໄຊພິລະອາດຫານ ຊັ້ນ III, ຫຼຽນກາ ມິດ
ຕະພາບ ກອງທັບປະຊາຊົນ ລາວ ແລະ ກາລະນຶກໃຫ້ທັງ 5 ສະຫາຍ ທີ່ສຳເລັດໜ້າທີ່ໃນຄັ້ງນີ້. ທັງນີ້, ເພື່ອເປັນການຕອບສະໜອງຄຸນງາມຄວາມດີ
ຂອງ ຄະນະວິຊາການກອງທັບປົດປ່ອຍປະຊາຊົນຈີນ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສິດສອນຕາມໂຄງການຫຼັກສູດຢູ່ ວປກ ດ້ວຍຄວາມ
ຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມແຜນການທີ່ວາງໄວ້.

     ຜົນງານດັ່ງກ່າວເປັນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານລະຫວ່າງ ສປປ ລາວ-ສປ ຈີນ ກໍຄື ເປັນຄູ່ຮ່ວມມືຍຸດທະສາດ
ຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ສປປ ລາວ-ສປ ຈີນ, ສປ ຈີນ-ສປປ ລາວ
ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/09/2023